6 ເດືອນຕົ້ນປີ 2024 ລວມຍອດຜະລິດຕະພັນ ພາຍໃນເມືອງປາກແບງ ເພີ່ມຂື້ນຢ່າງຕໍ່ເນື່ອງ

ປາກແບງ

ເຖິງວ່າເສດຖະກິດຂອງເມືອງປາກແບງໄດ້ຮັບຜົນກະທົບຈາກສະພາບການຂອງໂລກ ແລະ ບັນຫາຜົນກະທົບຂອງເສດຖະກິດ ພາຍໃນປະເທດຢ່າງຕໍ່ເນື່ອງກໍ່ຕາມ, ແຕ່ພາຍໄຕ້ການນໍາພາ-ຊີ້ນໍາອງຄະນະພັກ, ອົງການປົກຄອງເມືອງປາກແບງ ສາມາດແກ້ໄຂ ແລະ ຜ່ານພົ້ນວິກິດການດັ່ງກ່າວ; ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນມີທ່າອ່ຽງເພີ່ມຂຶ້ນ 2,93%, ລວມຍອດຜະລິດຕະພັນພາຍໃນບັນລຸ 331,51 ລ້ານກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 523 ໂດລາສະຫະລັດຕໍ່ຄົນ.

ທ່ານ ບຸນສີ ວິໄລຫົງ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງປາກແບງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂທລະພາບແຫ່ງຊາດລາວ ໃນວັນທີ 2 ກໍລະກົດ 2024 ນີ້ວ່າ: ເມືອງປາກແບງຕັ້ງຢູ່ທາງທິດຕາເວັນຕົກຂອງແຂວງອຸດົມໄຊ, ພູມສັນຖານຂອງເມືອງ ປະກອບດ້ວຍພູດອຍກວມ 99,36%, ສ່ວນທີ່ເຫຼືອແມ່ນເນື້ອທີ່ທົ່ງພຽງ ແລະ ພູພຽງນ້ອຍຢັ່ງຢາຍລຽບຕາມຮ່ອມພູ ແລະ ລ້ອງນໍ້າຕ່າງໆ, ເຊິ່ງເປັນເງື່ອນໄຂສະດວກໃນການຜະລິດກະສິກຳເຊັ່ນ: ການປູກຝັງ, ລ້ຽງສັດ ແລະ ການປະມົງ, ມີຊັບພະຍາກອນທຳມະຊາດອັນລໍ້າຄ່າ, ມີທິວທັດທີ່ສວຍງາມເຊິ່ງເປັນເງື່ອນໄຂ ແລະ ທ່າແຮງໃຫ້ແກ່ການບໍລິການ ແລະ ການທ່ອງທ່ຽວ, ການພັດທະນາດ້ານພະລັງງານໄຟຟ້າ, ການຂົນສົ່ງ ແລະ ການຄົມມະນາຄົມທາງບົກ-ທາງນໍ້າ ເຊື່ອມຕໍ່ກັບບັນດາແຂວງໃກ້ຄຽງ.

ໃນ 6 ເດືອນຕົ້ນປີຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂື້ນ 3,16% ກວມເອົາ 50,07% ຂອງລວມຍອດຜະລິດຕະພັນພາຍໃນ; ຂະແໜງກະອຸດສາຫະກຳ ເພີ້ມຂຶ້ນ 3,70% ກວມເອົາ 9,03% ຂອງລວມຍອດຜະລິດຕະພັນພາຍໃນ; ຂະແໜງບໍລິການ ເພີ້ມຂື້ນ 2,25% ກວມເອົາ 40,90% ຂອງລວມຍອດຜະລິດຕະພັນພາຍໃນ; ໄດ້ລະດົມທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມພາຍໃນເມືອງທັງໝົດ 16 ໂຄງການ, ມູນຄ່າທັງໝົດ 1.977,72 ຕື້ກີບ, ໃນນີ້: ທຶນຂອງລັດ 01ໂຄງການ ມູນຄ່າ 151,96 ຕື້ກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຈໍານວນ 15 ໂຄງການມູນຄ່າ 1.825,76 ຕື້ກີບ. ວຽກງານການບໍລິການ ແລະ ການທ່ອງທ່ຽວ ໄລຍະ 6 ເດືອນຕົໍ້ນປີ 2024 ມີແຂກມາພັກແຮມທັງໝົດ 47.625 ເທື່ອຄົນ, ຍິງ 21.459 ຄົນ ໃນນີ້; ແຂກຕ່າງປະເທດ 41.049 ເທື່ອຄົນ, ຍິງ 18.388 ຄົນ ແລະ ແຂກພາຍ ໃນ 6.576 ເທື່ອຄົນ, ຍິງ 3.071 ຄົນ; ເຊິ່ງສາມາດສ້າງລາຍຮັບໃຫ້ເມືອງໄດ້ຫຼາຍຮ້ອຍລ້ານກີບ.

ຄຽງຄູ່ກັນນັ້ນເມືອງປາກແບງກໍຍັງພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ ການລົງທຶນຂອງໂຄງການຂະໜາດໃຫຍ່ມີໜ້ອຍ, ຖານເກັບລາຍຮັບພາຍໃນເມືອງບໍ່ຫຼາຍ ເປັນທຸລະກິດຂະໜາດນ້ອຍ ແລະ ມີລັກສະນະບໍ່ໝັ້ນຄົງ. ດ້ານເສດຖະກິດ ຍັງແມ່ນເສດຖະກິດກະສິກຳເປັນສ່ວນໃຫຍ່, ການປູກ-ການລ້ຽງຍັງແບບທຳມະ ຊາດ-ເຄິ່ງທຳມະຊາດ ແລະ ຕາມລະດູການ; ຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດສ່ວນຫຼາຍ ຍັງພືດເຄື່ອງ, ອັດຕາຄວາມທຸກຍາກຂອງບ້ານຍັງກວມສ່ວນຫຼາຍ.