ໄລຍະຜ່ານມາ ແຂວງອຸດົມໄຊ ຍັງພົບຫລາຍບັນຫາ ກ່ຽວກັບ ວຽກງານ ການລົງທຶນ

ວຽກງານການລົງທຶນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ໂດຍລວມແລ້ວ ແມ່ນມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ເມື່ອທຽບໃສ່ທິດທາງແຜນການຕົວຈິງແລ້ວ ເຫັນວ່າ: ຍັງບໍ່ທັນ ບັນລຸຕາມລະດັບຄາດຫມາຍທີ່ກຳນົດໄວ້ ເນື່ອງຈາກ ຍັງມີຫລາຍບັນຫາ ທີ່ກົດຫນ່ວງທ່ວງດຶງ ແລະ ເຮັດໃຫ້ໂຄງການລົງທຶນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໄປຕາມລະບຽບການ,ຂັ້ນຕອນ ແລະ ແຜນການທີ່ກຳນົດໄວ້.

ອີງຕາມບົດສະຫລຸບ ລາຍງານຂອງພະແນກແຜນການ ແລະ ການລົງທຶນ ເຫັນວ່າ: ໂຄງການລົງທຶນ ຢູ່ແຂວງອຸດົມໄຊ ແມ່ນປະກອບມີຫລາຍຂະແຫນງການ ເປັນຕົ້ນແມ່ນ ໂຄງການລົງທຶນ ທາງດ້ານກະສິກຳ,ອຸດສາຫະກຳ ແລະ ການຄ້າ,ພະລັງງານ,ບໍ່ແຮ່ ແລະ ອື່ນໆ ແຕ່ການຈັດຕັ້ງປະຕິບັດ ເຫັນວ່າ ຍັງພົບຫລາຍບັນຫາ ໂດຍສະເພາະແມ່ນ ຂອດການຄົ້ນຄວ້າພິຈາລະນາ ການລົງທຶນ ໃນນີ້ ຂະແຫນງການກ່ຽວຂ້ອງຍັງບໍ່ທັນເອົາໃຈໃສ່ໃນການ ແກ້ໄຂ ແລະ ມີຄຳເຫັນ ຕາມຄຳຮ້ອງຂອງຜູ້ລົງທຶນ,ອອກໃບອະນຸຍາດໃຫ້ຜູ້ລົງທຶນກ່ອນ ຈຶ່ງປະກອບເອກະສານຕາມຫລັງ,ຂາດການເອົາໃຈໃສ່ໃນການກວດກາ ເນື້ອໃນ ຂອງບົດວິພາກເສດຖະກິດ – ເຕັກນິກ,ການແຈ້ງຂຶ້ນ ຫລື ດັດແກ້ ໃບທະບຽນວິສາຫະກິດ ຕ້ອງໄດ້ຮັບການຄົ້ນຄວ້າ,ພິຈາລະນາ ແລະ ມີຄວາມເປັນເອກະພາບກັນ,ບາງໂຄງການ ຍັງບໍ່ທັນໄດ້ໃບອະນຸຍາດ ໃນການລົງທຶນ ແຕ່ຂະແຫນງການກ່ຽວຂ້ອງ ອອກໃບອະນຸຍາດ ໃນການດຳເນີນກິດຈະການ ໃຫ້ແກ່ຫົວຫນ່ວຍທຸລະກິດ ກ່ອນແລ້ວ,ການຕິດຕາມ,ກວດກາ ບັນດາເງື່ອນໄຂ ຕ່າງໆ ຂອງຜູ້ລົງທຶນ ຍັງບໍ່ທັນລະອຽດ,ຊັດເຈນ,ຕ້ອງມີການຄົ້ນຄວ້າ ພື້ນທີ່ຂອງໂຄງການໃຫ້ລະອຽດ ເພື່ອບໍ່ໃຫ້ແຕະຕ້ອງ ຕໍ່ກັບເນື້ອທີ່ທັບຊ້ອນ,ເນື້ອທີ່ສະຫງວນ ແລະ ອື່ນໆ,ຕິດຕາມ,ກວດການການນຳເຂົ້າ ພາຫະນະ ແລະ ອຸປະກອນ ຕ່າງໆໃນການດຳເນີນໂຄງການ ໃຫ້ລະອຽດ,ຂອດຕິດຕາມ,ກວດກາ ແລະ ຄຸ້ມຄອງໂຄງການ ໃນໄລຍະຜ່ານມາ ເຫັນວ່າ ບາງຂະແຫນງການ ແລະ ເມືອງ ຍັງຂາດການ ສະຫລຸບ ແລະ ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການ,ຍັງມີຫລາຍໂຄງການ ບໍ່ທັນມອບພັນທະ ທາງດ້ານການເງິນ ຕາມທີ່ໄດ້ກຳນົດວໄວ້ໃນສັນຍາ.

ເວົ້າລວມແລ້ວ ການຈັດຕັ້ງປະຕິບັດວຽກງານ ຂອງບັນດາຂະແຫນງການກ່ຽວຂ້ອງ ກ່ຽວກັບ ວຽກງານ ການລົງທຶນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ຍັງບໍ່ທັນເຂັ້ມງວດ,ບໍ່ໄປຕາມລະບຽບການ ແລະ ຂັ້ນຕອນທີ່ກຳນົດໄວ້ ລວມທັງ ການປະສານງານ ຍັງບໍ່ທັນຈອດກັນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານ ການລົງທຶນ ຂອງແຂວງອຸດົມໄຊ ພົບບັນຫາ ຄືດັ່ງກ່າວນີ້.