ເຄື່ອນໄຫວ ຕິດຕາມກວດກາ 2 ວາລະແຫ່ງຊາດ ທີ່ເມືອງປາກແບງ

ໃນລະຫວ່າງວັນທີ 8-10 ພະຈິກ 2023 ນີ້ ເຊິ່ງນໍາໂດຍທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ,ມີປະທານຄະນະກຳມະການ ແລະ ເລຂາທິການ, ຮອງປະທານຄະນະກຳມະການ, ຫົວໜ້າຂະແໜງ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງຮຸນ, ເມືອງປາກແບງ, ເມືອງງາ ແລະ ເມືອງນາໝໍ້, ມີເຈົ້າເມືອງ, ຮອງເຈົ້າເມືອງ, ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ ແລະ ພະນັກງານຫຼັກແຫຼ່ງທັງ 4 ເມືອງເຂົ້າຮ່ວມ.

ການລົງເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້, ໄດ້ຮັບຟັງບັນດາເມືອງລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ຈາກນັ້ນ,ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄໍາຄິດຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ, ມີຄໍາຖາມເຈາະຈີ້ມເພີ່ມເຕີ່ມຕໍ່ກັບບາງບັນຫາ, ມີຄໍາສະເໜີ ແລະ ບັນດາຂະແໜງທີ່ກ່ຽວຂ້ອງໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມ ຕາມຄວາມຮັບຜິດຊອບຂອງຕົນຢ່າງກົງໄປກົງມາ. ພ້ອມນັ້ນ, ທາງຄະນະທິມງານຍັງໄດ້ລົງເຄື່ອນໄຫວຢູ່ຄ້າຍຄຸມຂັງດັດສ້າງຂອງບັນດາເມືອງຕື່ມອີກ.

ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແມ່ນບັນຫາຮີບດ່ວນທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດຮັບຮອງ ເພື່ອຈັດຕັ້ງປະຕິບັດໃນໄລຍະ 2 ປີເຄິ່ງ(2021-2023) ເພື່ອແກ້ໄຂບັນຫາພື້ນຖານຂອງຊາດທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເລັ່ງທວງໃຫ້ທຸກພາກສ່ວນພ້ອມກັນສຸມໃສ່ແກ້ໄຂວິກິດພາຍໃນ. ເຊິ່ງໄນໄລຍະຜ່ານມາຂະແໜງການກ່ຽວຂ້ອງ ກໍ່ໄດ້ລາຍງານຕໍ່ກອງປະຊຸມສະພາປະຊາຊົນແຂວງ ແຕ່ກໍ່ເຫັນໄດ້ບາງດ້ານຍັງບໍ່ສາມາດບັນລຸໄດ້ຕາມແຜນການ, ເນື້ອໃນຄາດໝາຍຂອງ 2 ວາລະແຫ່ງຊາດທີ່ໄດ້ກຳນົດໄວ້ ຍັງຈັດຕັ້ງປະຕິບັດບໍ່ໄປຕາມແຜນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ລົງປະເມີນຕາມມະຕິສະພາແຫ່ງຊາດ ແລະ ມະຕິສະພາປະຊາຊົນແຂວງ ກ່ອນກອງປະຊຸມສະໄໝສາມັນເທື່ອທີ 6 ເພື່ອຕິດຕາມເກັບກຳຂໍ້ມູນບັນຫາຫາງສຽງສັງຄົມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ເພື່ອເປັນການຊຸກຍູ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ 2 ວາລະດັ່ງກ່າວໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.