ກອງບັນຊາການ ປກສ ແຂວງອຸດົມໄຊ ມອບເຮືອໄວໃຫ້ກອງບັນຊາການ ປກສ ເມືອງປາກແບງ

ໃນຕອນບ່າຍຂອງວັນທີ່ 21 ມີນາ 2024 ຢູ່ທີ່ ກອງບັນຊາການ ປກສ ເມືອງປາກແບງ ທາງກອງບັນຊາການ ປ ກ ສ ແຂວງອຸດົມໄຊ ໄດ້ມອບເຮືອໄວໃຫ້ກແງບັນຊາການ ປ ກ ສ ເມືອງປາກແບງເປັນກຽດເຂົ້າຮ່ວມໂດຍທ່ານ ຄຳສະພອນ ໄຊຍະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ປາກແບງ, ພັອ ດວງຈັນ ໄຊວຸດ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ມີຄະນະພັກ – ຄະນະກອງບັນຊາການ ພ້ອມດ້ວຍທິມງານເຂົ້າຮ່ວມ.

ໃນພິທີໄດ້ມີການຜ່ານເນື້ອໃນບົດບັນທຶກ ວ່າດ້ວຍການມອບ – ຮັບເຮືອໄວຈຳນວນ 01 ລໍາ,ຍີ່ຫໍ້ ໂຕໂຍຕ້າ ໃນມູນຄ່າ 160.000ບາດ ໃຫ້ແກ່ກອງບັນຊາການ ປກສ ເມືອງປາກແບງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະປ້ອງກັນຄວາມສະຫງົບໃນສະພາບການໃໝ່ ໃຫ້ສາມາດສະກັດກັ້ນ ແລະ ຕອບຕ້ານການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ອາໄສແມ່ນໍ້າຂອງເປັນທາງຜ່ານໃຫ້ແກ່ການກະທໍາຜິດທຸກຮູບແບບແລະ ຮຽກຮ້ອງໃຫ້ທາງ ກອງບັນຊາການ ປກສ ເມືອງດັ່ງກ່າວ ຈົ່ງພ້ອມກັນຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຈາກນັ້ນກໍ່ໄດ້ມີການລົງນາມເຊັນບົດບັນທືກມອບ – ຮັບຢ່າງເປັນທາງການກ່າວມອບໂດຍພັອ ດວງຈັນ ໄຊວຸດ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ຮັບໂດຍພັທ ສົມເພັດ ເຜົ່າສຸພັນ ຫົວໜ້າກອງບັນຊາການ ປກສ ເມືອງປາກແບງ, ມີຄະນະພັກ – ຄະນະກອງບັນຊາການ ພ້ອມດ້ວຍທິມງານເຂົ້າຮ່ວມເປັນສັກຂີພິຍານ.