ເມືອງປາກແບງ ປະກາດ ຮັບຮອງ ບ້ານສາມັກຄີປອງດອງ ກຸ່ມບ້ານ ມົກແຫວນ

ໃນວັນທີ 15 ມີຖຸນາ ປີ 2023 ນີ້ ແນວລາວສ້າງຊາດເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ຈໍານວນ 3 ບ້ານຄື: ບ້ານ ພູຫູງ,ບ້ານກະຕາງຕອນ ແລະ ບ້ານ ຈອມຊາງນໍ້າເຢັນ ໄດ້ຈັດຂຶ້ນທີ່ ບ້ານ ພູຫູງ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມໝາຍ ສູນທອນທະວີ ເລຂາພັກບ້ານ, ນາຍບ້ານ – ບ້ານພູຫູງ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳພັນ ຊັບໝັ້ນ ຮອງປະທານແນວລາວສ້າງຊາດເມືອງປາກແບງ, ມີເລຂາພັກເຂດ, ອົງການປົກຄອງບ້ານ 3 ບ້ານ, ແຂກເຊີນ ແລະ ປະຊາຊົນບັນດາເຜົ່າ ຈາກ 3 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ສົມໝາຍ ສູນທອນທະວີ ເລຂາພັກບ້ານ, ນາຍບ້ານ – ບ້ານພູຫູງ ຕ່າງໜ້າອົງການປົກຄອງ 3 ບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ບ້ານ ພູຫູງ, ບ້ານ ກະຕາງຕອນ ແລະ ບ້ານ ຈອມຊາງນໍ້າເຢັນ ມີ 165 ຄອບຄົວ, ມີພົນລະເມືອງ 926 ຄົນ, ຍິງ 494 ຄົນ, ຜ່ານການຈັດຕັ້ງປະຕິບັດຄຳແນະນຳ ວ່າດ້ວຍການຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ຕິດພັນກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສາມາດສຶກສາອົບຮົມ ປະຊາຊົນບັນດາເຜົ່າໃຫ້ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ມີຄວາມຮັບຮູ້ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ – ລັດ, ປະຊາຊົນມີຄວາມຕື່ນຕົວທາງດ້ານການເມືອງສູງ. ຈາກນັ້ນ, ໄດ້ມອບ – ຮັບ ໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ແກ່ອົງການປົກຄອງບ້ານ ແລະ ຄອບຄົວ.

ຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ທ່ານ ຄໍາພັນ ຊັບໝັ້ນ ຮອງປະທານແນວລາວສ້າງຊາດເມືອງປາກແບງ, ມີຄໍາເຫັນໂອ້ລົມຕໍ່ພິທີທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາ ສາມາດປະກາດຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງໃນຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ ຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ ຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຮັກສາມູນເຊື້ອ ແລະ ສຶບຕໍ່ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງລັດ ໂດຍສະເພາະແມ່ນການສຶກສາອົບຮົມ, ປຸກລະດົມປະຊາຊົນບັນດາເຜົ່າພາຍໃນບ້ານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພີ່ມຄວາມສາມັກຄີ, ຄວາມເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ, ມີສະຖຽນລະພາບ, ມີຄວາມສະຫງົບ ແລະ ຄວາມສາມັກຄີປອງດອງ.