ປາກແບງ ສຳເລັດ ການແຂ່ງຂັ້ນ ຊ່ວງເຮືອປະເພນີ ປະຈຳປີ 2023

ງານແຂ່ງຂັນເຮືອຊ່ວງ ປະເພນີ ປະຈຳປີ 2023 ທີ່ເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ່ 30 ກັນຍາ ປີ 2023 ທີ່ທ່າເຮືອປາກແບງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກສະຫວັນ ທີວມະນີສືງຮອງເຈົ້າເມືອງ ເມືອງປາກແບງ. ເປັນກຽດເຂົ້າຮ່ວມມີທ່ານ ນາງ ຈັນສະໝອນ ທິບພະຫົງ ກຳມະການປະຈຳພັກ ແຂວງ, ປະທານກວດກາພັກລັດແຂວງ, ທ່ານ ຄໍາສະພອນ ໄຊຍະວົງ ເຈົ້າເມືອງປາກແບງ, ພ້ອມດ້ວຍ ເຈົ້າເມືອງ ຮອງເຈົ້າເມືອງ 7 ເມືອງ ແລະ ແຂກເຊີນ ຈາກບັນດາພະແນກການ, ອົງການຈັດຕັ້ງຂັ້ນແຂວງ,ເມືອງຕະຫຼອດຮອດນັກທຸລະກິດ ຜູ້ປະກອບການ ແລະ ສີພາຍເຮືອຊ່ວງຈາກບັນດາບ້ານອ້ອມຂ້າງເມືອງເຂົ້າຮ່ວມ .

ການຈັດການແຂ່ງຂັນຊ່ວງເຮືອປະເພນີ ຂອງເມືອງປາກແບງປະຈຳປີນີ້ ລວມມີທິມນັກກິລາເຂົ້າຮ່ວມທັງໝົດ 7 ທີມເຊິ່ງລວມມີ: ທີມບ້ານປາກແບງ1, ທີມບ້ານປາກແບງ2, ທີມບ້ານປາກເງີຍ1, ທີມບ້ານປາກເງີຍ2, ທີມກຸ່ມການເມືອງ,ທີມກຸ່ມວັດທະນະທໍາແລະທີມກຸ່ມເສດຖະກິດ. ມີເຮືອຊ່ວງທັງໝົດຈຳນວນ 6 ລໍາ, ລວມມີນັກສີພາຍທັງໝົດ 294 ຄົນ.

ຜ່ານການແຂ່ງຂັນ ເປັນເວລາ 1 ວັນ ຜົນປາວ່າ ທີມຊະນະເລີດ ໄດ້ແກ່ທີມ ບ້ານປາກເງີຍ 1 ໄດ້ຮັບລາງວັນເປັນເງິນສົດຈຳນວນ 6.000. 000 ກີບ ພ້ອມດ້ວຍ ຂັນແຊມ 1 ໜ່ວຍ ແລະ ຂັນຄອງອີກໜຶ່ງໜ່ວຍ, ທີ2 ໄດ້ແກ່ທີມປາກແບງ 2 ໄດ້ຮັບເງິນສົດຈຳນວນ 5.000.000 ກີບ ພ້ອມຂັນ 1 ໜ່ວຍ, ທີ 3 ໄດ້ແກ່ ທີມ ບ້ານປາກເງີຍ 2 ໄດ້ຮັບເງີນສົດຈຳນວນ 4.000.000 ກີບ, ທີ 4 ໄດ້ແກ່ ທີມປາກແບງ 1 ໄດ້ຮັບເງີນສົດ 3,000,000 ກີບ.ນອກນັ້ນ ແມ່ນໄດ້ຮັບລາງວັນຊົມເຊີຍທີມລະ 2,000,000 ກີບ. ໃຫ້ກຽດມອບລາງວັນ ໂດຍແມ່ນຄະນະປະທານຈັດງານ ແລະ ການນຳຂອງເມືອງ.

ການແຂ່ງຂັນຊ່ວງເຮືອປະເພນີທີ່ເມືອງປາກແບງ ແຂວງອຸດົມໄຊ ແມ່ນໄດ້ຈັດຂື້ນໃນທ້າຍເດືອນ ກັນຍາຂອງທຸກໆປີ ເຊີ່ງກາຍເປັນປະເພນີອັນທີ່ສຳຄັນຂອງຊາວເມືອງປາກແບງທີ່ໄດ້ສືບທອດມາແຕ່ດົນນານ ແລະ ເປັນເອກະລັກທາງດ້ານວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາມາແຕ່ບູຮານນະການ ເວົ້າລວມ ເວົ້າສະເພາະແມ່ນ ເມືອງປາກແບງ ແຂວງອຸດົມໄຊ , ທັງເປັນການສົ່ງເສີມທາງດ້ານກິລາກາຍຍະກຳ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ, ສ້າງຄວາມ ສາມັກຄີ ມິດຕະພາບອັນດູດດື່ມກັບຊັ້ນຄົນຕ່າງໆ ຕິດພັນກັບການຊຸກຍູ້, ສົ່ງເສີມ ວຽກງານການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເມືອງປາກແບ່ງນັບມື້ຫຼາຍຂຶ້ນເລື້ອຍໆ.